
EURUSD ເລີ່ມຕົ້ນເດືອນມີນາໃນທາງບວກ ໂດຍທະລຸເສັ້ນແນວໂນ້ມຂາລົງທີ່ກໍ່ຕົວມາເປັນເວລາ 1 ເດືອນ ພ້ອມກັບທົດສອບກຸ່ມແນວຕ້ານ 1.0690 ເຊິ່ງປະກອບມີ 200-EMA ແລະລະດັບ Fibonacci retracement 61.8% ຂອງການປັບຂຶ້ນໃນຊ່ວງມັງກອນ-ກຸມພາ. ການຟື້ນຕົວນີ້ຍັງສອດຄ້ອງກັບສັນຍານຂາຂຶ້ນຈາກ MACD. ແຕ່ RSI (14) ຖອຍລົງຈາກເຂດຊື້ຫຼາຍເກີນໄປ ແລະກະຕຸ້ນໃຫ້ລາຄາຖອຍລົງຈາກແນວຕ້ານສຳຄັນຂອງຂາຂຶ້ນ. ເຖິງແມ່ນຄູ່ເງິນຈະທະລຸແນວຕ້ານໃກ້ສຸດທີ່ 1.0690 ໄດ້, ເຂດແນວນອນປະມານ 1.0788-805 ທີ່ລວມຫຼາຍລະດັບເຊິ່ງກຳນົດໄວ້ຕັ້ງແຕ່ທ້າຍເດືອນມັງກອນ ກໍເບິ່ງຄືຈະເປັນດ່ານທີ່ຝ່າຍຊື້ທະລຸໄດ້ຍາກ. ຄວນສັງເກດວ່າ ຫາກລາຄາປັບຂຶ້ນເໜືອ 1.0805 ໄດ້ສຳເລັດ ກໍອາດໄປທົດສອບຈຸດສູງສຸດຂອງເດືອນມັງກອນທີ່ປະມານ 1.0930.
ໃນຂະນະດຽວກັນ ລາຄາທີ່ດຶງກັບອາດມຸ່ງໜ້າໄປຫາແນວຕ້ານເກົ່າຈາກຕົ້ນເດືອນກຸມພາ ໃກ້ລະດັບ 1.0585. ຈາກນັ້ນ ຈຸດຕ່ຳສຸດທີ່ເກີດຂຶ້ນໃນເດືອນກ່ອນ ແລະເດືອນມັງກອນ ທີ່ປະມານ 1.0530 ແລະ 1.0480 ຕາມລຳດັບ ອາດດຶງດູດຝ່າຍຂາຍ EURUSD. ຫາກຄູ່ເງິນນີ້ຍັງຄົງເປັນຂາລົງຕໍ່າກວ່າ 1.0480 ຈຸດຕ່ຳສຸດໃນທ້າຍເດືອນພະຈິກທີ່ປະມານ 1.0290 ແລະ 1.0220 ອາດເປັນລະດັບຮອງຮັບສຸດທ້າຍກ່ອນທີ່ລາຄາຈະໄປເຖິງລະດັບເທົ່າທຽມກັນທີ່ 1.0000.
ໂດຍລວມແລ້ວ EURUSD ມີແນວໂນ້ມຄ່ອຍໆປັບສູງຂຶ້ນໃນໄລຍະສັ້ນ ແຕ່ແນວໂນ້ມຂາລົງໃນໄລຍະກາງຍັງຄົງຢູ່.