ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
MTrading Team • ມື້ນີ້

ລາຄາຄຳຕ້ອງຫຼຸດຕ່ຳກວ່າແນວຮັບ $1,980 ຈຶ່ງຈະມີແນວໂນ້ມຂາລົງໃນໄລຍະສັ້ນ

ລາຄາຄຳຕ້ອງຫຼຸດຕ່ຳກວ່າແນວຮັບ $1,980 ຈຶ່ງຈະມີແນວໂນ້ມຂາລົງໃນໄລຍະສັ້ນ

ລາຄາຄຳຄ່ອຍໆປັບລົງຢູ່ລະຫວ່າງເສັ້ນຕ້ານທີ່ຊັນຂຶ້ນ ເຊິ່ງກໍ່ຕົວມາໄດ້ 3 ເດືອນ ແລະເສັ້ນແນວໂນ້ມທີ່ຊັນຂຶ້ນຈາກທ້າຍເດືອນມີນາ. ແຕ່ລາຄາຫາກໍດີດຕົວຂຶ້ນຈາກຈຸດທີ່ເສັ້ນ 21-day EMA ແລະເສັ້ນແນວຮັບທີ່ຊັນຂຶ້ນນັບຈາກວັນທີ 22 ມີນາມາບັນຈົບກັນ ໃກ້ລະດັບ $1,980. ສິ່ງນີ້ບົ່ງຊີ້ວ່າສິນຄ້າໂພກພັນອາດຟື້ນຕົວຕໍ່ໄປຫາດ່ານຕ້ານໃກ້ສຸດທີ່ $2,020. ແນວໃດກໍຕາມ RSI ທີ່ໃກ້ເຂົ້າສູ່ເຂດຊື້ຫຼາຍເກີນໄປ ແລະລາຄາທີ່ຢູ່ໃກ້ເສັ້ນຕ້ານທີ່ກ່າວມາ ເຊິ່ງກໍ່ຕົວມາຫຼາຍເດືອນແລະປັດຈຸບັນຢູ່ປະມານ $2,045 ອາດທ້າທາຍແຮງຊື້ XAUUSD.

ຂະນະດຽວກັນ ຖ້າລາຄາຫຼຸດຕ່ຳກວ່າເຂດແນວຮັບທີ່ບັນຈົບກັນຢູ່ລະດັບ $1,980 ກໍອາດດຶງລາຄາຄຳລົງໄປຫາລະດັບສູງສຸດໃນເດືອນກຸມພາປະມານ $1,960 ໄດ້ຢ່າງໄວວາ. ຫຼັງຈາກນັ້ນ ລະດັບ Fibonacci retracement 50% ແລະ 61.8% ຂອງການປັບຂຶ້ນຕັ້ງແຕ່ທ້າຍເດືອນພະຈິກ 2022 ຫາຕົ້ນເດືອນເມສາ 2023 ທີ່ປະມານ $1,890 ແລະ $1,853 ຕາມລຳດັບ ອາດທົດສອບຜູ້ຂາຍຄຳ. ຄວນສັງເກດວ່າ XAUUSD ຍັງຢູ່ໃນສາຍຕາຂອງຜູ້ຊື້ ຈົນກວ່າຈະປິດລາຍວັນຕ່ຳກວ່າລະດັບ 200-day EMA ປະມານ $1,845.

ໂດຍລວມແລ້ວ ລາຄາຄຳມີແນວໂນ້ມປັບສູງຂຶ້ນຢ່າງຄ່ອຍເປັນຄ່ອຍໄປ ຕາບໃດທີ່ບໍ່ຫຼຸດລົງຕ່ຳກວ່າລະດັບ $1,845. ແຕ່ຖ້າລາຄາຫຼຸດລົງຕ່ຳກວ່າ $1,980 ກໍອາດກະຕຸ້ນໃຫ້ລາຄາໂລຫະຊະນິດນີ້ປັບລົງໃນໄລຍະສັ້ນ.

ຕິດຕາມພວກເຮົາໄດ້ທີ່FB ແລະ Twitter ເພື່ອຕິດຕາມຂ່າວສານລ່າສຸດກ່ຽວກັບເຫດການໃນຕະຫຼາດ.