Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

ຕົວເລກ GDP ສະຫະລັດໄຕມາດ 4 ທີ່ດີເກີນຄາດໃນວັນພະຫັດ ບໍ່ສາມາດຊ່ວຍໜູນເງິນໂດລາສະຫະລັດໄດ້ ເນື່ອງຈາກຂໍ້ມູນການຂໍສິດຫວ່າງງານທີ່ປະສົມປະສານ ແລະການຂາດດຸນບັນຊີເດີນສະພັດທີ່ກວ້າງຂຶ້ນ ໄດ້ບັ່ນທອນຄວາມເຊື່ອໝັ້ນ. ຄວາມກັງວົນວ່າພາສີຂອງສະຫະລັດຈະສົ່ງຜົນລົບຕໍ່ການເຕີບໂຕທາງເສດຖະກິດ ຍັງກົດດັນເງິນໂດລາ ແລະດັນໃຫ້ດັດຊະນີເງິນໂດລາສະຫະລັດ (DXY) ລົດລົງໃນມື້ດຽວຫຼາຍທີ່ສຸດໃນຮອບ 12 ມື້. ນອກຈາກນັ້ນ ການຄາດການວ່າທະນາຄານກາງສະຫະລັດ (Fed) ຈະມີທ່າທີຜ່ອນຄາຍຫຼາຍຂຶ້ນ ກ່ອນການເປີດເຜີຍດັດຊະນີລາຄາ PCE ພື້ນຖານຂອງສະຫະລັດໃນມື້ນີ້ ເຊິ່ງເປັນຕົວວັດເງິນເຟີ້ທີ່ Fed ໃຫ້ຄວາມສຳຄັນ ກໍເພີ່ມແຮງກົດດັນ. ດັ່ງນັ້ນ DXY ຍັງຄົງຢູ່ຂ້າງສະໜາມໃນຊ່ວງຕົ້ນວັນສຸກ ຫຼັງຈາກມື້ທີ່ຊົບເຊົາ ເຊິ່ງສົ່ງອິດທິພົນຕໍ່ສະກຸນເງິນຫຼັກ, ສິນຄ້າໂພຄະພັນ ແລະສິນຊັບທີ່ມີຄວາມສ່ຽງ.
ໃນວັນພະຫັດ ເງິນໂດລາທີ່ອ່ອນຄ່າລົງຊ່ວຍໃຫ້ EURUSD ແລະ GBPUSD ຟື້ນຕົວຈາກລະດັບຕ່ຳສຸດປະຈຳອາທິດ ຂະນະທີ່ USDJPY ປັບຂຶ້ນທ່າມກາງຄວາມກັງວົນວ່ານະໂຍບາຍການຄ້າຂອງສະຫະລັດອາດສົ່ງຜົນກະທົບຕໍ່ຍີ່ປຸ່ນ. ຂະນະດຽວກັນ AUDUSD ແລະ NZDUSD ປັບຂຶ້ນເລັກນ້ອຍ ຈາກຄວາມຫວັງທີ່ມີຕໍ່ຈີນ ແຕ່ USDCAD ຟື້ນຕົວຍ້ອນລາຄານ້ຳມັນດິບອ່ອນລົງ ແລະຄວາມຕຶງຄຽດດ້ານການຄ້າລະຫວ່າງສະຫະລັດກັບການາດາ.
ລາຄາຄຳທົດສອບລະດັບສູງສຸດເດີມທີ່ $3,058 ກ່ອນຈະພຸ່ງຂຶ້ນເຮັດລະດັບສູງສຸດໃໝ່ທີ່ $3,080 ໃນຊ່ວງຕົ້ນວັນສຸກ ໂດຍບໍ່ສົນໃຈຄວາມບໍ່ແນ່ນອນຂອງຕະຫຼາດ. ແຕ່ນ້ຳມັນດິບປັບຂຶ້ນໄດ້ຍາກ ເຖິງແມ່ນ USD ອ່ອນຄ່າລົງແລະມີຄວາມຫວັງໃນແງ່ດີຈາກຈີນ ທ່າມກາງການຄາດການວ່າອຸປະທານຈະເພີ່ມຂຶ້ນ. ຄຣິບໂຕເຄີເຣນຊີຍັງຢູ່ໃນທ່າທີປ້ອງກັນກ່ອນຈະມີແຮງຂາຍກັບມາອີກຄັ້ງ ຂະນະທີ່ຮຸ້ນຫຼຸດລົງເລັກນ້ອຍ.
EURUSD ກຽມຮັບການຂາດທຶນເປັນອາທິດທີ 2 ເຖິງແມ່ນຈະມີຄວາມຫວັງໃນເຢຍລະມັນ ເມື່ອຄຳຖະແຫຼງທີ່ມີທ່າທີຜ່ອນຄາຍນະໂຍບາຍຂອງເຈົ້າໜ້າທີ່ ECB ມາສົມທົບກັບບັນຫາເສດຖະກິດທີ່ກຳລັງຈະເກີດຈາກສົງຄາມການຄ້າທີ່ອາດເກີດຂຶ້ນລະຫວ່າງສະຫະລັດກັບ EU. ນອກຈາກນັ້ນ ຂໍ້ກ່າວຫາຂອງຢູເຄຣນວ່າຣັດເຊຍລະເມີດການຢຸດຍິງ ກໍສ້າງແຮງກົດດັນຂາລົງຕໍ່ຄູ່ເງິນເອີໂຣ.
GBPUSD ເບິ່ງຄືວ່າມີແນວໂນ້ມດີສຳລັບທັງອາທິດ ເຖິງແມ່ນຈະຂາດທຶນເລັກນ້ອຍໃນຊ່ວງຕົ້ນວັນສຸກ. ຄູ່ເງິນ Cable ບໍ່ສົນໃຈຂໍ້ມູນອັງກິດສ່ວນໃຫຍ່ທີ່ອ່ອນແອ ຄວາມກັງວົນທີ່ເພີ່ມຂຶ້ນວ່າ BoE ຈະຫຼຸດອັດຕາດອກເບ້ຍຕື່ມ ແລະງົບປະມານລະດູບານໃໝ່ທີ່ບໍ່ໂດດເດັ່ນ ໂດຍຍັງມີຄວາມຫວັງວ່າເສດຖະກິດອັງກິດຈະຟື້ນຕົວ ແລະຄວາມຕຶງຄຽດທາງການຄ້າລະຫວ່າງ Washington & London ຈະຜ່ອນຄາຍລົງເລັກນ້ອຍ. ຄວນສັງເກດວ່າ GDP ແລະຍອດຂາຍຍ່ອຍຂອງອັງກິດທີ່ດີກວ່າຄາດໃນວັນສຸກ ໄດ້ຊ່ວຍຫຼຸດການຂາດທຶນລາຍວັນຂອງຄູ່ເງິນ Cable ລົງໃນເວລາຂ່າວນີ້.
USDJPY ບໍ່ໄດ້ສະທ້ອນເຖິງໄວເງິນເຟີ້ທີ່ສູງຂອງຍີ່ປຸ່ນ ເຊິ່ງຊີ້ວ່າທະນາຄານກາງຍີ່ປຸ່ນ (BoJ) ອາດປັບຂຶ້ນອັດຕາດອກເບ້ຍເລື້ອຍຂຶ້ນ. ການປັບຂຶ້ນຂອງຄູ່ເງິນເຢນອາດເຊື່ອມໂຍງກັບຄວາມສົງໄສຕໍ່ການປັບປ່ຽນເສດຖະກິດຂອງຍີ່ປຸ່ນ ຈາກຜົນກະທົບຂອງພາສີສະຫະລັດ ແລະການປັບຖານຂອງຕະຫຼາດໃນທ້າຍໄຕມາດ ນອກຈາກນັ້ນ ຄວາມເຫັນທີ່ແຕກຕ່າງກັນຕໍ່ການແຊກແຊງຂອງຍີ່ປຸ່ນເພື່ອພະຍຸງຄ່າເງິນເຢນກໍອາດມີສ່ວນກ່ຽວຂ້ອງ.
ເງິນໂດລາສະຫະລັດທີ່ແຂງຄ່າຂຶ້ນ ແລະຄວາມກັງວົນໃນຕະຫຼາດກ່ອນການເປີດເຜີຍຂໍ້ມູນເງິນເຟີ້ຂອງ Fed ບວກກັບຄວາມລະມັດລະວັງທາງການເມືອງໃນອົດສະຕຣາລີ ຫຼັງນາຍົກລັດຖະມົນຕີປະກາດຈັດການເລືອກຕັ້ງໃນເດືອນພຶດສະພາ ໄດ້ກົດດັນ AUDUSD ໃນຊ່ວງຕົ້ນວັນສຸກ. ເຖິງແນວນັ້ນ ຄູ່ເງິນອອສຊີຍັງມີແນວໂນ້ມປິດອາທິດດ້ວຍກຳໄລ.
ແຕ່ NZDUSD ມີແນວໂນ້ມຈະຂາດທຶນໃນສັບດາຫ໌ນີ້ ໂດຍຖືກກົດດັນຈາກຂໍ້ມູນຄວາມໝັ້ນໃຈຂອງຜູ້ບໍລິໂພກນິວຊີແລນປະຈຳເດືອນມີນາທີ່ໜ້າຜິດຫວັງ.
ຂະນະດຽວກັນ USDCAD ຟື້ນຕົວຕໍ່ຈາກມື້ກ່ອນ ເຮັດໃຫ້ການຂາດທຶນປະຈຳອາທິດຫຼຸດລົງ ຫຼັງຈາກ Mark Carney ນາຍົກລັດຖະມົນຕີຄົນໃໝ່ຂອງການາດາ ສົ່ງສັນຍານວ່າພ້ອມຕອບໂຕ້ພາສີຂອງສະຫະລັດ ໃນຂະນະທີ່ຄາດການວ່າທະນາຄານກາງການາດາຈະດຳເນີນນະໂຍບາຍຜ່ອນຄາຍຍັງຄົງຊັດເຈນ. ນອກຈາກນັ້ນ ນ້ຳມັນດິບທີ່ຍັງດຶງດູດຜູ້ຊື້ໄດ້ຍາກ ທ່າມກາງສັນຍານອຸປະທານ-ອຸປະສົງທີ່ປະສົມປະສານກັນ ຍິ່ງກົດດັນເງິນໂດລາການາດາ ເນື່ອງຈາກນ້ຳມັນເປັນສິນຄ້າສົ່ງອອກຫຼັກຂອງການາດາ.



ລາຄາທອງຍັງຄົງປັບຕົວຂຶ້ນຕໍ່ໄປ ໂດຍໄດ້ປັດໃຈຈາກການອ່ອນຄ່າຂອງໂດລາສະຫະລັດ, ຄວາມບໍ່ແນ່ນອນເກີ່ຍວກັບພາສີນຳເຂົ້ຂອງສະຫະລັດ, ການປັບປ່ຽນນະໂຍບາຍຂອງທະນາຄານກາງ ແລະຄວາມກັງວົນໃນພາບລວມກ່ຽວກັບການເຕີບໂຕຂອງເສດຖະກິດໂລກ ແລະການເມືອງ. ໂລຫະມີຄ່ານີ້ຍືດການຟື້ນຕົວຈາກແນວຮັບທາງເທຄນິກທີ່ສຳຄັນ, ໃກ້ຈະເຖິງຈຸດສູງສຸດຕະຫຼອດການທີ່ປະມານ $3,080 ແລະຕັ້ງເປົ້າທີ່ແນວຕ້ານທີ່ກໍຕັວມາ 15 ສັປດາແຖວ $3,088. ປັດໃຈສະຫນັບສະຫນູນເພີ່ມເຕີມມາຈາກການຄາດການທີ່ຜ່ອນຄາຍຂຶ້ນຕໍ່ Fed ແລະຄວາມຕ້ອງການຈາກຈີນແລະທະນາຄານກາງທົ່ວໂບກທີ່ເພີ່ມຂຶ້ນ.
ຂະນະດຽວກັນ ລາຄານ້ຳມັນດິບເຄື່ອນໄຫວໃກ້ລະດັບສູງສຸດປະຈຳອາທິດ ທ່າມກາງຄວາມກັງວົນວ່າຄວາມຕ້ອງການພະລັງງານທົ່ວໂລກກຳລັງຊະລໍຕົວ ແລະຄວາມກັງວົນວ່າ OPEC+ ອາດເພີ່ມການສະໜອງນ້ຳມັນ. ເງິນໂດລາສະຫະລັດທີ່ອ່ອນຄ່າລົງດຶງດູດຜູ້ຊື້ WTI ແຕ່ບັນຍາກາດຫຼີກລ່ຽງຄວາມສ່ຽງ ແລະສະຕັອກນ້ຳມັນທີ່ເພີ່ມຂຶ້ນຈຳກັດການປັບຂຶ້ນຂອງລາຄາ.
Bitcoin (BTCUSD) ແລະ Ethereum (ETHUSD) ຂາດທຶນຕໍ່ເນື່ອງໃນມື້ນີ້ ແລະ ຍັງມີແນວໂນ້ມປັບຕົວລົງໃນຮອບອາທິດ ເນື່ອງຈາກຄວາມຕຶງຄຽດດ້ານການຄ້າ ແລະ ພູມິລັດສາດທີ່ເກີດຂຶ້ນໃໝ່, ຄວາມເຊື່ອໝັ້ນທີ່ຫຼຸດລົງຕໍ່ຈຸດຢືນຂອງ Trump ກ່ຽວກັບຄຣິບໂຕ ແລະ ເງິນທຶນທີ່ໄຫຼອອກຈາກ ETF ໃນຈຳນວນຫຼາຍ ກົດດັນບັນຍາກາດໃນຕະຫຼາດ. ນອກຈາກນີ້ ສະພາບຄ່ອງໃນຕະຫຼາດທີ່ຕ່ຳຍັງເພີ່ມແຮງກົດດັນຂາລົງ. ແນວໃດກໍຕາມ ຄວາມລະມັດລະວັງຂອງອຸດສາຫະກຳກ່ອນວັນປົດປ່ອຍ ແລະ ການກັບມາສະສົມ Bitcoin ຂອງນັກລົງທຶນລາຍໃຫຍ່ບາງກຸ່ມ ຊ່ວຍຈຳກັດການຂາດທຶນເພີ່ມເຕີມໃນຊ່ວງທີ່ຕະຫຼາດເຄື່ອນໄຫວປັບຖານທ້າຍໄຕມາດ.
ຂະນະນີ້ ນັກຊື້ຂາຍກຳລັງຈັບຕາເບິ່ງດັດຊະນີຄວາມເຊື່ອໝັ້ນຜູ້ບໍລິໂພກຂອງເຂດເອີໂຣ, GDP ປະຈຳເດືອນຂອງການາດາ ແລະດັດຊະນີລາຄາ Core PCE ຂອງສະຫະລັດ ເພື່ອປະເມີນທິດທາງຕະຫຼາດໃຫ້ຊັດເຈນຂຶ້ນ ຫຼັງຈາກປະເມີນຂໍ້ມູນເງິນເຟີ້ຂອງຍີ່ປຸ່ນແລະຂໍ້ມູນເສດຖະກິດຂອງອັງກິດແລ້ວ. ທ່າທີຜ່ອນຄາຍຂອງ ECB ແລະ BoC ອາດເຮັດໃຫ້ EURUSD ຍັງຖືກກົດດັນ ໃນຂະນະທີ່ໜູນຜູ້ຊື້ USDCAD ເວັ້ນແຕ່ວ່າຂໍ້ມູນເງິນເຟີ້ຂອງ Fed ຈະຊ່ວຍເສີມຄວາມຄາດຫວັງວ່າ Fed ຈະຜ່ອນຄາຍນະໂຍບາຍການເງິນຫຼາຍຂຶ້ນ. ຂະນະດຽວກັນ ລາຄາຄຳຍັງມີແນວໂນ້ມມຸ່ງໜ້າສູ່ລະດັບ $3,100 ໂດຍໄດ້ຮັບແຮງໜູນຈາກຄວາມບໍ່ແນ່ນອນກ່ຽວກັບພາສີຂອງສະຫະລັດ, ການຢຸດຍິງລະຫວ່າງຢູເຄຣນແລະຣັດເຊຍ ແລະຄວາມກັງວົນທີ່ກັບມາອີກຄັ້ງວ່າສົງຄາມການຄ້າທີ່ນຳໂດຍສະຫະລັດຈະສົ່ງຜົນກະທົບຕໍ່ການເຕີບໂຕຂອງເສດຖະກິດໂລກ.
ໃນສະພາບການແບບນີ້ ເງິນໂດລາສະຫະລັດອາດຄືນກຳໄລບາງສ່ວນທີ່ໄດ້ມາໃນອາທິດນີ້ ແຕ່ GBPUSD ແລະສະກຸນເງິນອົດສະຕຣາລີກັບນິວຊີແລນອາດປະສົບຄວາມຫຍຸ້ງຍາກໃນການສວຍໂອກາດຈາກສະພາບນີ້ ຂະນະທີ່ USDJPY ອາດຖອຍລົງເລັກນ້ອຍ. ຄຣິບໂຕເຄີເຣນຊີແລະນ້ຳມັນດິບມີແນວໂນ້ມຈະຍັງຖືກກົດດັນຕໍ່ໄປ ສ່ວນຫຸ້ນອາດຫຼຸດຜົນຂາດທຶນປະຈຳອາທິດ ຖ້າຂໍ້ມູນສະຫະລັດອອກມາຕ່ຳກວ່າຄາດ.
ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!