Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

AUDUSD ຫັນກັບທິດຢ່າງໂດດເດັ່ນຈາກ 50-DMA ໃນທ້າຍອາທິດສຳຄັນ. ເມື່ອສັນຍານຈາກ RSI ແລະ MACD ສະໜັບສະໜູນການອ່ອນຄ່າຫຼ້າສຸດ ກໍບໍ່ອາດຕັດຄວາມເປັນໄປໄດ້ທີ່ລາຄາຈະປັບຕົວລົງອີກ ແລະທົດສອບລະດັບຈິດວິທະຍາ 0.7000. ແຕ່ເສັ້ນແນວໂນ້ມຂາລົງທີ່ລາກຈາກເດືອນສິງຫາ ມາບັນຈົບກັບລະດັບ 61.8% FE ຂອງການເຄື່ອນໄຫວໃນເດືອນມິຖຸນາ 2021 ແລະເດືອນມັງກອນ 2022 ໃກ້ 0.6920 ຈະເປັນແນວຮັບທີ່ແຂງແຮງ. ຖ້າຝ່າຍຂາຍຍັງຄຸມເກມໄດ້ເມື່ອລາຄາຫຼຸດຕ່ຳກວ່າ 0.6920 ລະດັບ 0.6900 ອາດຈະທົດສອບການປັບຕົວລົງຕໍ່ໄປ ສູ່ຈຸດຕ່ຳສຸດໃນເດືອນມິຖຸນາ 2020 ແຖວ 0.6780.
ອີກດ້ານໜຶ່ງ ລະດັບ 50-DMA ແຖວ 0.7165 ກີດກັ້ນການຟື້ນຕົວໃນທັນທີຂອງລາຄາ AUDUSD. ຫຼັງຈາກນັ້ນ ລະດັບກົມ 0.7200 ແລະ 100-DMA ທີ່ 0.7250 ເປັນລະດັບສຳຄັນທີ່ຄວນຕິດຕາມ. ແຕ່ຄວນສັງເກດວ່າ ຄູ່ເງິນນີ້ຍັງບໍ່ສາມາດຟື້ນຕົວໄດ້ ຕາບໃດທີ່ລາຄາຍັງຕ່ຳກວ່າຈຸດສູງສຸດຂອງເດືອນກ່ອນທີ່ 0.7315.
ໃນດ້ານປັດໄຈພື້ນຖານ ການກັບມາຂອງຈີນຫຼັງວັນພັກປີໃໝ່ຈີນຈະເຮັດໃຫ້ AUDUSD ຢູ່ໃນຄວາມສົນໃຈ ເນື່ອງຈາກມີຫຼາຍເຫດການເກີດຂຶ້ນໃນອາທິດຜ່ານມາ ແລະປັກກິ່ງຈະຕ້ອງຕອບສະໜອງຕໍ່ສັນຍານນະໂຍບາຍການເງິນແບບເຂັ້ມງວດຈາກທະນາຄານກາງຫຼັກ.