Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
Denis Sergienko • ມື້ນີ້

ການຟື້ນຕົວຂອງ NZDUSD ຍັງບໍ່ໜ້າເຊື່ອຖື ຕາບໃດທີ່ລາຄາຍັງຕ່ຳກວ່າ 0.6250

ການຟື້ນຕົວຂອງ NZDUSD ຍັງບໍ່ໜ້າເຊື່ອຖື ຕາບໃດທີ່ລາຄາຍັງຕ່ຳກວ່າ 0.6250

NZDUSD ຟື້ນຕົວຈາກຈຸດຕ່ຳສຸດໃນຮອບ 5 ອາທິດ ຂະນະທີ່ການດຶງກັບເພື່ອປັບຖານຈາກເສັ້ນແນວຮັບຂອງຊ່ອງລາຄາຂາລົງລາຍອາທິດຍັງດຳເນີນຕໍ່ໄປ. ພ້ອມກັນນັ້ນ ຄູ່ເງິນກີວີຍັງສະແດງພາວະ RSI ຂາຍຫຼາຍເກີນໄປ ໃນຂະນະທີ່ໃກ້ເຖິງລະດັບ Fibonacci retracement 61.8% ຂອງການເຄື່ອນໄຫວຈາກເດືອນກໍລະກົດຫາເດືອນສິງຫາ ໃນແຖວ 0.6215. ແນວໃດກໍຕາມ ການປັບຕົວຂຶ້ນຕໍ່ຂອງລາຄາຍັງບໍ່ແນ່ນອນ ເນື່ອງຈາກເສັ້ນ 200-SMA ແລະເສັ້ນດ້ານເທິງຂອງຊ່ອງລາຄາດັ່ງກ່າວ ໃກ້ 0.6250 ຈະເປັນດ່ານທ້າທາຍແຮງຊື້ຕໍ່ໄປ. ຖ້າຄູ່ເງິນປັບຂຶ້ນຜ່ານ 0.6250 ໄດ້ ລະດັບກົມ 0.6300 ອາດເປັນຈຸດຢຸດຊົ່ວຄາວ ກ່ອນທີ່ລາຄາຈະປັບຂຶ້ນຫາຈຸດສູງສຸດຮອບສັ້ນໃນຕົ້ນເດືອນສິງຫາ ໃກ້ 0.6350-55.

ອີກທາງໜຶ່ງ ການປັບຕົວລົງອາດກັບໄປທົດສອບເສັ້ນແນວຮັບຂອງຊ່ອງລາຄາທີ່ກ່າວເຖິງກ່ອນໜ້ານີ້ ແລະລະດັບ Fibonacci retracement 78.6% ໃນແຖວ 0.6150 ຈະເປັນແນວຮັບສຳຄັນ. ຖ້າແຮງຂາຍ NZDUSD ສາມາດຜ່ານແນວຮັບ 0.6150 ໄດ້ ກໍບໍ່ອາດຕັດຄວາມເປັນໄປໄດ້ທີ່ລາຄາຈະປັບຕົວລົງໄປຫາລະດັບຕ່ຳສຸດຂອງປີທີ່ເຮັດໄວ້ໃນເດືອນກໍລະກົດ ໃກ້ 0.6060 ແລະຕໍ່ໄປຫາລະດັບຈິດວິທະຍາ 0.6000.

ໂດຍລວມແລ້ວ NZDUSD ມີແນວໂນ້ມຈະຟື້ນຕົວຕໍ່ໄປ ແຕ່ແຮງສົ່ງຂອງການປັບຂຶ້ນມີພື້ນທີ່ຈຳກັດ.

ຕິດຕາມພວກເຮົາໄດ້ທີ່FB ແລະ Twitter ເພື່ອຕິດຕາມຂ່າວສານລ່າສຸດກ່ຽວກັບເຫດການໃນຕະຫຼາດ.