Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
Denis Sergienko • ມື້ນີ້

USDCAD ຍັງສ່ຽງຕໍ່ການປັບລົງຕໍ່ ກ່ອນການເປີດເຜີຍ CPI ຂອງການາດາ

USDCAD ຍັງສ່ຽງຕໍ່ການປັບລົງຕໍ່ ກ່ອນການເປີດເຜີຍ CPI ຂອງການາດາ

ທັງການທີ່ລາຄາຫຼຸດລົງຕໍ່າກວ່າຊ່ອງແນວໂນ້ມຂາຂຶ້ນປະຈຳເດືອນ ແລະການຊື້ຂາຍທີ່ຢູ່ຕໍ່າກວ່າ 100-SMA ຢ່າງຕໍ່ເນື່ອງ ຕ່າງກໍເຮັດໃຫ້ຜູ້ຂາຍ USDCAD ມີຄວາມຫວັງ ກ່ອນການເປີດເຜີຍຂໍ້ມູນດັດຊະນີລາຄາຜູ້ບໍລິໂພກ (CPI) ຂອງການາດາໃນວັນພຸດ. RSI (14) ທີ່ມີທິດທາງລາດລົງນັບຈາກອາທິດກ່ອນ ຍັງເພີ່ມນ້ຳໜັກໃຫ້ທິດທາງຂາລົງ. ລະດັບ 1.2800 ເບິ່ງຄືຈະເປັນແນວຮັບໃກ້ສຸດ ກ່ອນທີ່ລາຄາຈະມຸ່ງໄປຫາ 200-SMA ບໍລິເວນ 1.2720. ແຕ່ການປັບລົງຕໍ່ຈາກນັ້ນຂຶ້ນກັບວ່າຄູ່ເງິນຈະສາມາດຜ່ານເຂດແນວນອນ 1.2660-65 ໄດ້ຫຼືບໍ່. ເຂດນີ້ປະກອບດ້ວຍລະດັບ Fibonacci retracement 61.8% ຂອງການປັບຂຶ້ນລະຫວ່າງເດືອນເມສາຫາເດືອນພຶດສະພາ ພ້ອມທັງຈຸດສູງສຸດໃນກາງເດືອນເມສາ.

ໃນຂະນະດຽວກັນ ລະດັບ 100-SMA ໃກ້ 1.2875 ຈຳກັດການຟື້ນຕົວຂອງຄູ່ເງິນ USDCAD ໃນທັນທີ ກ່ອນຈະເຫັນແນວຮັບລຸ່ມຂອງຊ່ອງລາຄາທີ່ກ່າວມາຂ້າງຕົ້ນ ເຊິ່ງເປັນແນວຮັບເກົ່າປະມານ 1.2930. ຖ້າຄູ່ເງິນປັບຂຶ້ນຜ່ານ 1.2930 ໄປໄດ້ ລະດັບສູງສຸດປະຈຳອາທິດທີ່ 1.2981 ແລະລະດັບຈິດວິທະຍາ 1.3000 ອາດທົດສອບຝ່າຍຊື້ ກ່ອນຈະມຸ່ງໜ້າຂຶ້ນຫາຈຸດສູງສຸດປະຈຳເດືອນໃກ້ 1.3075.

ໂດຍລວມແລ້ວ USDCAD ໄດ້ສົ່ງສັນຍານຢືນຢັນແນວໂນ້ມຂາລົງໃນກຣາຟແລ້ວ ແຕ່ຂໍ້ມູນມື້ນີ້ກໍຕ້ອງສະໜັບສະໜູນການເຄື່ອນໄຫວນີ້ນຳ.

ຕິດຕາມພວກເຮົາໄດ້ທີ່FB ແລະ Twitter ເພື່ອຕິດຕາມຂ່າວສານລ່າສຸດກ່ຽວກັບເຫດການໃນຕະຫຼາດ.