Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.
ເມື່ອມີອຸປະສັກຫຼາຍຢ່າງໃນການຊື້ຂາຍ ນັກຊື້ຂາຍມືໃໝ່ 90% ສູນເສຍເງິນທຶນເມື່ອເຂົ້າສູ່ຕະຫຼາດ Forex ເປັນຄັ້ງທຳອິດ. ນອກຈາກນັ້ນ ນັກລົງທຶນມືໃໝ່ 80% ຈະບໍ່ສາມາດປະສົບຜົນສຳເລັດໄດ້ພາຍໃນ 2 ປີຕໍ່ຈາກນີ້. ສ່ວນໃຫຍ່ເລີກຊື້ຂາຍຍ້ອນອຸປະສັກທີ່ພົບໃນການຊື້ຂາຍ ເຊິ່ງສະແດງໃຫ້ເຫັນວ່າຄວາມເຂົ້າໃຈແລະຄວາມຄາດຫວັງໃນເບື້ອງຕົ້ນຂອງພວກເຂົາແຕກຕ່າງຈາກສິ່ງທີ່ຕ້ອງປະເຊີນຈິງ.

ການມຸ່ງຫາເງິນດ່ວນແລະກຳໄລກ້ອນໃຫຍ່ໃນທັນທີ ແທບຈະບໍ່ກ່ຽວຂ້ອງກັບການຊື້ຂາຍເລີຍ. ການປະສົບຜົນສຳເລັດຕ້ອງໃຊ້ເວລາ, ຄວາມພະຍາຍາມ ແລະເງິນທຶນຫຼາຍ ນອກຈາກນັ້ນຍັງມີອຸປະສັກສະເພາະທີ່ຕ້ອງຜ່ານພົ້ນໄປເພື່ອໄປສູ່ຄວາມຮັ່ງມີ. ໃນບົດຄວາມນີ້ ພວກເຮົາຈະທົບທວນອຸປະສັກສຳຄັນບາງຢ່າງໃນການຊື້ຂາຍ ແລະວິທີທີ່ອາດຊ່ວຍເອົາຊະນະອຸປະສັກເຫຼົ່ານັ້ນ.
ໜຶ່ງໃນອຸປະສັກສຳຄັນແລະສ້າງຜົນລົບກວນຫຼາຍທີ່ສຸດໃນການຊື້ຂາຍ Forex ແມ່ນເມື່ອກົນລະຍຸດທີ່ເລືອກໃຊ້ບໍ່ໄດ້ຜົນ. ໃນກໍລະນີນີ້ ທ່ານເອງເປັນຜູ້ທຳອິດທີ່ຄວນຮັບຜິດຊອບ. ທຸກໆແນວທາງຕ້ອງຜ່ານການທົດສອບຢ່າງລະອຽດ ແລະຕ້ອງໃຊ້ເວລາປັບປຸງໃຫ້ດີຂຶ້ນຈົນປະສົບຜົນສຳເລັດ. ການອອກຈາກຕະຫຼາດໄວເກີນໄປເຮັດໃຫ້ພາດໂອກາດຊື້ຂາຍ ເຊັ່ນດຽວກັບການເຂົ້າຕະຫຼາດຊ້າເກີນໄປ.
ວິທີເອົາຊະນະ: ເພື່ອໃຫ້ດຳເນີນຕໍ່ໄປຕາມແຜນ ທ່ານຄວນມີ ແຜນການຊື້ຂາຍທີ່ກຳນົດໄວ້ຊັດເຈນ ໂດຍກຳນົດສັນຍານສຳຄັນສຳລັບການເຂົ້າແລະອອກຕະຫຼາດໄວ້ລ່ວງໜ້າ. ນອກຈາກນີ້ ທ່ານຕ້ອງເຊື່ອໝັ້ນໃນກົນລະຍຸດທີ່ເລືອກ. ຢ່າແຊກແຊງຂະບວນການ. ໃຫ້ເວລາກົນລະຍຸດຂອງທ່ານເຮັດວຽກ ແລະໃນທີ່ສຸດກໍຈະນຳທ່ານໄປສູ່ກຳໄລ.
ການຊື້ຂາຍໃນບັນຊີ Demo ແລະ Live ແຕກຕ່າງກັນ. ທຸກสິ່ງຈະປ່ຽນໄປເມື່ອທ່ານໃຊ້ເງິນຈິງ ແລະຕ້ອງຕັດສິນໃຈພາຍໃຕ້ສະພາບຕະຫຼາດຈິງ ໂດຍມີເງິນທຶນຈິງໃນການຂໍ້ຂາຍ. ໂດຍທົ່ວໄປແລ້ວ ຕະຫຼາດບໍ່ໄດ້ເປັນໄປຕາມຄວາມຄາດຫວັງຂອງຜູ້ເລີ່ມຕົ້ນ ທີ່ຄິດວ່າຈະສ້າງກຳໄລຈຳນວນຫຼາຍໄດ້ຢ່າງວ່ອງໄວ.
ຜູ້ສະໝັກລັກສ່ວນໃຫຍ່ເຂົ້າສູ່ຕະຫຼາດດ້ວຍຄວາມທະເຢີທະຢານສູງ. ຜ່ານໄປຊັກລະຍະ ຄວາມກະຕືລືລ້ນຂອງພວກເຂົາກໍບໍ່ໄດ້ຄົງທີ່ຄືເກົ່າ. ໂດຍທົ່ວໄປ ສິ່ງນີ້ເກີດຂຶ້ນເພາະຂາດການກຽມຕົວທີ່ເໝາະສົມ. ການວາງກະລຸນທະມິຕ້ອງຜ່ານການທົດສອບຈົນດີ ແລະການປະເມີນຢືນຊັນ.
ວິທີຮັບມື: ກາຝຶກຊ້ອມດ້ວຍບັນຊີ Demo ຍັງເປັນປະໂຫຍດຫຼາຍ. ຢ່າງນ້ອຍ ທ່ານກໍສາມາດທົດລອງວິທີການຕ່າງໆ ໂດຍບໍ່ກະທົບກັບເງິນໃນກະເປົາ. ພວກເຮົາແນະນຳໃຫ້ໃຊ້ບັນຊີ Live ກໍຕໍ່ເມື່ອທ່ານໝັ້ນໃຈ 100% ແລະມັນໃຈໃນທັກສະການຊື້ຂາຍຂອງຕົນ. ຈົ່ງຈື່ໄວ້ວ່າ ຜົນສຳເລັດໃນການຊື້ຂາຍຜ່ານບັນຊີ Demo ບໍ່ໄດ້ໝາຍຄວາມວ່າທ່ານຈະໄດ້ຜົນເຫັນເຫມືອນກັນໃນບັນຊີ Live.



ນີ້ເປັນຫນຶ່ງໃນຄວາມຜດພາດດ້ານການຊື້ຂາຍທີ່ພົບເຫັນໄດ້ບ່ອຍທີ່ສຸດ ທີ່ຜູ້ເລີ່ມຕົ້ນສ່ວນຫຼາຍມັກຈະເຮັດ. ໃນຈຸດນີ້ ແນວຄິດດ້ານຈິດຕະວິທະຍາໃນການຊື້ຂາຍຈະຊ່ວຍໄດ້. ແນວຄິດນີ້ຊ່ວຍໃຫ້ທ່ານຄວບຄຸມຄວາມຮູ້ສຶກ ແລະຢຶດໝັ້ນຕາມແຜນບໍ່ວ່າຈະເກີດອັນໃດຂຶ້ນ. ຄວາມยກັບຄວາມໂลພ ສາມາດສົ່ງຜົນກະທົບຕໍ່ການຕັດສິນໃຈທຸກຄັ້ງຂອງທ່ານໄດ້อຍ່າງຫຼວງຫຼາຍ.
ວິທີຮັບມື: ວິທີດຽວທີ່ຈະຜ່ານພົ້ນຄວາມທ້າທາຍນີ້ໃນການຊື້ຂາຍ ແມ່ນຍຶດໝັ້ນກັບກະລຸນທະມິດແລະແຜນການຊື້ຂາຍທີ່ທ່ານວາງໄວ້. ສິ່ງນີ້ຈະຊ່ວຍໃຫ້ທ່ານຕັດສິນໃຈໄດ້ອຍ່າງສ້າງກຳໄລ.
ການຊື້ຂາຍ Forex ຕ້ອງໃຊ້ແຜນພູມລາຄາຫຼາຍຮູບແບບ ແລະການອ່ານແຜນພູມລາຄາແລະຣູບແບບຕ່າງໆ ເພື່ອຊ່ວຍໃຫ້ເຫັນພາບຕະຫຼາດໄດ້ລຶກເຊິ່ງຂຶ້ນ ແລະຕັດສິນໃຈໄດ້ຊັດເຈນ. ໃນດ້ານຫນຶ່ງ ຜູ້ເລີ່ມຕົ້ນອາດຈະພົບວ່າການທຳຄວາມເຂົ້າໃຈຂໍ້ມູນທີ່ສະແດງໃນແຜນພູມເຫຼົ່ານັ້ນເປັນສິ່ງຍາກ. ໃນອີກດ້ານຫນຶ່ງ ທັກສະເຫຼົ່ານີ້ແມ່ນສິ່ງຈຳເປັນທີ່ຈະຊ່ວຍໃຫ້ທ່ານປະສົບຜົນສຳເລັດ. ນອກຈາກນີ້ ການຮຽນຮູ້ວິທີອ່ານແຜນພູມ Forex ກໍບໍ່ໄດ້ຍາກປານໃດ.
ວິທີຮັບມື: ການອ່ານແຜນພູມຕ້ອງຮຽນຮູ້ແລະຝຶກຝົນอຍ່າງເໝາະສົມ. ຕົວຊີ້ວັດສ່ວນຫຼາຍຕົວໄດ້ຕິດຕັ້ງໄວ້ໃນ MT4 ແລ້ວ ດັ່ງນັ້ນທ່ານຈຶ່ງສາມາດຝຶກຝົນໄດ້ໂດຍບໍ່ສ່ຽງຕໍ່ເງິນທຶນຂອງທ່ານ. ຄົ້ນຫາຂໍ້ມູນທາງເວັບໄຕ໌, ເບິ່ງວິດີໂອສອນຕ່າງໆ ແລະອື່ນໆ.
ປັດໄຈຕໍ່ໄປນີ້ບົງຊີ້ວ່າບຸກຄົນບໍ່ສາມາດຫຍຸດຊື້ຂາຍໄດ້:
ວິທີຮັບມື: ກ່ອນອື່ນທັງໝົດ ທ່ານຄວນຫຍຸດກ່ອນ, ພັກຜ່ອນໃຈ ແລະຖອຍອອກຈາກການຊື້ຂາຍຊົ່ວຄາວ. ກັບມາສູ່ສະພາບການຊື້ຂາຍທີ່ປອດໄພທີ່ສຸດ ແລະເປີ່ມຕົ້ນປະຕິບັດຕາມແຜນຂອງທ່ານ.
ເອກະສານນີ້ບໍ່ມີ ແລະບໍ່ຄວນຖືກຕີຄວາມວ່າມີ ຄຳແນະນຳການລົງທຶນ, ຄຳແນະນຳການລົງທຶນສະເພາະ, ການສະເໜີ ຫຼືການຊັກຊວນໃຫ້ເຮັດທຸລະກຳໃດໆໃນເຄື່ອງມືທາງການເງິນ. ກ່ອນຕັດສິນໃຈລົງທຶນ ທ່ານຄວນຂໍຄຳແນະນຳຈາກທີ່ປຶກສາການເງິນອິດສະຫຼະ ເພື່ອໃຫ້ແນ່ໃຈວ່າທ່ານເຂົ້າໃຈຄວາມສ່ຽງ.