Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
MTrading Team • ມື້ນີ້

ຫຸ້ນເອີຣົບຟື້ນຕົວເລັກນ້ອຍ ຫຼັງການເຈລະຈາຢຸດຍິງອີກຄັ້ງລົ້ມເຫຼວ

ຫຸ້ນເອີຣົບຟື້ນຕົວເລັກນ້ອຍ ຫຼັງການເຈລະຈາຢຸດຍິງອີກຄັ້ງລົ້ມເຫຼວ

ຫຼັງຈາກການເຈລະຈາລະຫວ່າງຣັດເຊຍກັບຢູເຄຣນໃນຕຸຣກີເມື່ອບໍ່ດົນມານີ້ລົ້ມເຫຼວໃນການຜ່ອນຄາຍຄວາມຕຶງຄຽດຂອງສົງຄາມ, ຮຸ້ນເອີຣົບກໍປັບຕົວລົງຢ່າງແຮງ. ເຖິງຈະປັບຕົວຂຶ້ນຄືນມາໄດ້ເລັກນ້ອຍ ແຕ່ມື້ນີ້ຕະຫຼາດກໍຍັງເຄື່ອນໄຫວປົນກັນ. 

ຂະນະດຽວກັນ ຜົນກະທົບທົ່ວໂລກຈາກວິກິດການໃນຢູເຄຣນຍັງຄົງປາກົດຕໍ່ເນື່ອງ. ອັດຕາເງິນເຟີ້ຜູ້ບໍລິໂພກຂອງສະຫະລັດເພີ່ມຂຶ້ນເປັນ 7.9% ຕໍ່ປີ ແລະມີແນວໂນ້ມຈະສູງຂຶ້ນອີກ. ໄບເດນກ່າວໂທດມາດຕະການຂວ້ຳບາດລັດເຊຍ ວ່າເປັນສາເຫດຂອງອັດຕາສູງສຸດໃນຮອບ 40 ປີນີ້. ທະນາຄານກາງສະຫະລັດກຽມປະຊຸມໃນອາທິດໜ້າ ເພື່ອກຳນົດນະໂຍບາຍການເງິນໃໝ່. ໃນຂະນະດຽວກັນ ເສດຖະກິດອັງກິດເຕີບໂຕຢ່າງໂດດເດັ່ນ ດັ່ງນັ້ນຄາດວ່າອັດຕາແລກປ່ຽນ GBP ຈະສູງຂຶ້ນ.

ຕາມຄຳກ່າວຂອງ Viktor Orbán ນາຍົກລັດຖະມົນຕີຮັງກາຣີ ສະຫະພາບເອີຣົບບໍ່ມີແຜນຈະລົງໂທດລັດເຊຍດ້ວຍມາດຕະການຂວ້ຳບາດທີ່ກ່ຽວກັບກາຊ ແລະນ້ຳມັນ. ນີ້ຊ່ວຍໃຫ້ມີຄວາມຫວັງວ່າລາຄາສິນຄ້າເຫຼົ່ານີ້ທີ່ພຸ່ງສູງຢູ່ແລ້ວອາດຈະມີສະຖຽນລະພາບ. ແຕ່ໃນໄວໆນີ້ ລັດເຊຍຈະສູນເສຍສະຖານະ “ປະເທດທີ່ໄດ້ຮັບສິດພິເສດສູງສຸດ” ເຊິ່ງຈະຊ້ຳເຕີມຄວາມເສຍຫາຍຕໍ່ເສດຖະກິດຂອງຕົນ.

ສະພາບການເຄື່ອນໄຫວຂອງສິນຊັບຫຼັກໆໃນວັນທີ ວັນທີ 11 ມີນາ (13:40 EET).

  • BRENT OIL ຟື້ນຕົວຂຶ້ນ 1.65% ມາຢູ່ທີ່ 111.13.
  • GOLD ຫຼຸດລົງ 0.86% ມາຢູ່ທີ່ລາຄາ 1,983.15 .
  • USD INDEX ຫຼຸດລົງ 0.11% ແລະຢູ່ທີ່ 98.398.
  • DOW JONES ຊື້ຂາຍຕ່ຳລົງ 0.34% ຢູ່ທີ່ລາຄາ 33,174.07 .
  • NASDAQ ຫຼຸດລົງ 1.10% ມາຢູ່ທີ່ 13,591.00.
  • DAX ເພີ່ມຂຶ້ນ 3.20% ມາຢູ່ທີ່ 13,872.42 ຈຸດ.
  • FTSE 100 ຂຶ້ນໄປຢູ່ທີ່ 7,212.80 ໂດຍຊື້ຂາຍສູງຂຶ້ນ 1.50%.

ຮັບປະໂຫຍດຈາກຄວາມຜັນຜວນຂອງຕະຫຼາດກັບ MTrading ຜູ້ໃຫ້ບໍລິການຊື້ຂາຍຊັ້ນນຳ ຊັ້ນນຳ!

ແນວໂນ້ມປັດຈຸບັນ

ປັດຈຈຸບັນສິນຊັບມີຄວາມຜັນຜວນສູງ ແລະແນວໂນ້ມເຄື່ອນໄຫວໄປໃນທິດທາງທີ່ແຕກຕ່າງກັນ. ມາເບິ່ງ ແນວໂນ້ມ ລ່າສຸດ.

  • ສັນຍານຊື້ແຮງ: DAX, FTSE 100
  • ສັນຍານຂາຍແຮງ: GOLD, USD INDEX
  • ເປັນກາງ: BRENT OIL, DOW JONES, NASDAQ

ຮ່ວມກັບ MTrading Copy Trade ເພື່ອຕິດຕາມຄວາມເຄື່ອນໄຫວຂອງຕະຫຼາດ ພ້ອມເງື່ອນໄຂການຊື້ຂາຍຊັ້ນນຳ:

ຄັດລອກທຸລະກຳຂອງຜູ້ຊ່ຽວຊານດ້ານການຊື້ຂາຍແບບອັດຕະໂນມັດແບບທັນທີ ດ້ວຍ spread ເປັນ 0 ໃນ M.Pro!

ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!