Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
MTrading Team • ມື້ນີ້

ການເຈລະຈາຢຸດຍິງໃນວັນຈັນຊ່ວຍເພີ່ມຄວາມຫວັງ ຂະນະທີ່ຮຸ້ນເອີຣົບປັບຕົວສູງຂຶ້ນ

ການເຈລະຈາຢຸດຍິງໃນວັນຈັນຊ່ວຍເພີ່ມຄວາມຫວັງ ຂະນະທີ່ຮຸ້ນເອີຣົບປັບຕົວສູງຂຶ້ນ

ໃນຊ່ວງຫຼາຍອາທິດຜ່ານມາ ຄວາມສົນໃຈຂອງນັກຊື້ຂາຍມຸ່ງໄປທີ່ຄວາມຂັດແຍ່ງຣັດເຊຍ-ຢູເຄຣນ, ການເຈລະຈາຢຸດຍິງ ແລະຜົນກະທົບທົ່ວໂລກຈາກຄວາມຂັດແຍ່ງ. ວິກິດການຢູເຄຣນໄດ້ສົ່ງຜົນກະທົບໜັກຕໍ່ເສດຖະກິດແລ້ວ ໂດຍລາຄານ້ຳມັນພຸ່ງສູງຂຶ້ນຢ່າງຫຼາຍ ແລະເກີດພາວະເງິນເຟີ້ສູງຄວບຄູ່ກັບເສດຖະກິດຊຸດໂຊມ. ສະຖານະການຍັງດຳເນີນຕໍ່ໄປ ໂດຍທະຫານຣັດເຊຍໄດ້ປິດກັ້ນຊາຍຝັ່ງທະເລດຳຂອງຢູເຄຣນ ຕັດຂາດປະເທດຈາກການຄ້າທາງທະເລລະຫວ່າງປະເທດ.

ອາທິດນີ້ເລີ່ມຕົ້ນດ້ວຍການເຈລະຈາອີກຄັ້ງ ເຊິ່ງຈຸດປະກາຍຄວາມຫວັງວ່າຄວາມຂັດແຍ່ງຈະຜ່ອນຄາຍລົງ. ການເຈລະຈານີ້ໄດ້ຊ່ວຍດັນລາຄາຮຸ້ນເອີຣົບໃຫ້ສູງຂຶ້ນ ພ້ອມກັບລາຄານ້ຳມັນແລະຄຳທີ່ຫຼຸດລົງ. ທຸກສາຍຕາຈະຈັບຈ້ອງໄປທີ່ການກຳນົດການປັບຂຶ້ນອັດຕາດອກເບ້ຍຂອງທະນາຄານກາງສະຫະລັດ, ການເປີດເຜີຍດັດຊະນີລາຄາຜູ້ຜະລິດຂອງສະຫະລັດ ແລະການຕັດສິນໃຈດ້ານນະໂຍບາຍອື່ນໆຂອງທະນາຄານກາງອັງກິດ (BOE), ຍີ່ປຸ່ນ, ຕວກກີ ແລະບຣາຊິນ. 

ມາເບິ່ງກັນວ່າບັນຍາກາດໃນແງ່ດີຂອງໂລກຈະສົ່ງຜົນຕໍ່ສິນຊັບໃນວັນທີ 14 ມີນາ (11:00 EET).

  • ນ້ຳມັນ BRENT ຫຼຸດລົງ 2.81% ມາຢູ່ທີ່ 109.50; ໃນອາທິດຜ່ານມາລາຄາຫຼຸດລົງ 4.8%. 
  • ຄຳ ຫຼຸດລົງ 0.71% ມາຢູ່ທີ່ລາຄາ 1,971.10.
  • ດັດຊະນີ USD ຫຼຸດລົງ 0.27% ມາຢູ່ທີ່ 98.918.
  • DOW JONES ຊື້ຂາຍຕ່ຳລົງ 0.69% ຢູ່ທີ່ລາຄາ 32,944.19.
  • NASDAQ ຫຼຸດລົງ 2.13% ມາຢູ່ທີ່ 13,301.83.
  • DAX ເພີ່ມຂຶ້ນ 2.40% ມາຢູ່ທີ່ລາຄາ 13,955.52.
  • FTSE 100 ພຸ່ງຂຶ້ນມາຢູ່ທີ່ລາຄາ 7,169.82 ໂດຍຊື້ຂາຍສູງຂຶ້ນ 0.20%.

ແນວໂນ້ມປັດຈຸບັນ

ໃນຕອນຕົ້ນອາທິດ ສິນຊັບມີທິດທາງປະປົນກັນ ໂດຍບໍ່ມີແນວໂນ້ມເປັນກາງປາກົດໃຫ້ເຫັນ. ຕໍ່ໄປນີ້ແມ່ນແນວໂນ້ມປັດຈຸບັນ ທີ່ມີໂອກາດທັງຂາຂຶ້ນແລະຂາລົງ.

  • ແນະນຳຊື້ຢ່າງແຮງ: DAX
  • ແນະນຳຂາຍຢ່າງແຮງ: GOLD, BRENT OIL, DOW JONES, NASDAQ
  • ຊື້: FTSE 100
  • ຂາຍ: USD INDEX

ຮັບປະໂຫຍດຈາກແນວໂນ້ມຕະຫຼາດກັບ ໂບຣກເກີທີ່ດີທີ່ສຸດໃນພາກພື້ນອາຊີ-ປາຊີຟິກ. ພວກເຮົາມີເງື່ອນໄຂການຊື້ຂາຍທີ່ດີເລີດ, ບໍລິການ Copy Trade ຄຸນນະພາບສູງ ແລະໂຄງການແນະນຳລູກຄ້າ IB ທີ່ໄດ້ຮັບຫຼາຍລາງວັນ.

  • ໂບນັດຝາກເງິນ 200%;
  • SPREADS ແຄບຫຼາຍ ເລີ່ມຕົ້ນທີ່ 0 pip;
  • ຫຼຸດຂະໜາດ lot ຂັ້ນຕ່ຳ;
  • ລາງວັນ IB ສູງ ສູງສຸດ 60% ຂອງສ່ວນແບ່ງລາຍຮັບ ແລະອື່ນໆ.

ຊື້ຂາຍຢ່າງມັ່ນໃຈ ແລະຮັບປະສົບການກັບເງື່ອນໄຂການຊື້ຂາຍທີ່ເໝາະສົມທີ່ສຸດຈາກ MTrading!

ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!