
ໃນວັນຈັນ ຕະຫຼາດນ້ຳມັນອ້າງອີງລະດັບໂລກມີການເຄື່ອນໄຫວໜ້ອຍ ໂດຍນ້ຳມັນດິບ Brent ຊື້ຂາຍໃກ້ລະດັບ 83 ໂດລາຕໍ່ບາເຣວ. ຄວາມຂັດແຍ່ງທີ່ຍັງດຳເນີນຢູ່ໃນຕາເວັນອອກກາງມີນ້ຳໜັກຫຼາຍກວ່າຄວາມກັງວົນເລື່ອງຄວາມຕ້ອງການທີ່ຍັງຄົງຄ້າງ.
ໃນເວລາ 12:43 GMT ລາຄາສັນຍາຊື້ຂາຍນໍ້າມັນດິບ Brent ຫຼຸດລົງ 14 ເຊັນ ມາຢູ່ທີ່ $83.33 ຕໍ່ບາເຣວ. ໃນການຊື້ຂາຍທີ່ບໍ່ຄຶກຄັກ ສັນຍານໍ້າມັນ West Texas Intermediate (WTI) ຂອງສະຫະລັດສໍາລັບເດືອນມີນາ ເຊິ່ງຈະໝົດອາຍຸໃນວັນອັງຄານ ເພີ່ມຂຶ້ນ 7 ເຊັນ ຢູ່ທີ່ $79.26 ຂະນະທີ່ສັນຍາ WTI ສໍາລັບເດືອນເມສາຫຼຸດລົງ 13 ເຊັນ ມາຢູ່ທີ່ $78.33.
ໃນອາທິດກ່ອນ ສັນຍາຊື້ຂາຍລ່ວງໜ້າ Brent ແລະ WTI ທີ່ໃກ້ຄົບກຳນົດເດືອນ ເພີ່ມຂຶ້ນປະມານ 1.5% ແລະ 3% ຕາມລຳດັບ ເນື່ອງຈາກຄວາມເປັນໄປໄດ້ທີ່ຄວາມຂັດແຍ້ງໃນຕາເວັນອອກກາງຈະຂະຫຍາຍວົງກວ້າງຂຶ້ນ.



ການປັບຕົວຂຶ້ນຖືກຈຳກັດໂດຍການປັບຫຼຸດຄາດຄະເນຄວາມຕ້ອງການຂອງອົງການພະລັງງານສາກົນ ແລະການເພີ່ມຂຶ້ນຂອງລາຄາຜູ້ຜະລິດໃນສະຫະລັດເດືອນມັງກອນທີ່ຫຼາຍກວ່າຄາດ ເຊິ່ງເຮັດໃຫ້ຄວາມກັງວົນຕໍ່ເງິນເຟີ້ເພີ່ມຂຶ້ນ.
ຫຼັງຈາກຂໍ້ມູນດັດຊະນີລາຄາຜູ້ຜະລິດຂອງສະຫະລັດເພີ່ມຂຶ້ນຢ່າງຫຼາຍ ນັກລົງທຶນໄດ້ຕອບສະໜອງຕໍ່ຄວາມກັງວົນດ້ານອຸປະສົງ ແລະ WTI ກັບ Brent ປັບຕົວລົງໃນຕອນເຊົ້າວັນຈັນ.
ໃນວັນສຸກ ຄວາມກັງວົນວ່າອັດຕາດອກເບ້ຍຈະຫຼຸດລົງໄດ້ເພີ່ມສູງຂຶ້ນ ຫຼັງຈາກເຈົ້າໜ້າທີ່ທະນາຄານກາງສະຫະລັດລະບຸວ່າ ຈຳເປັນຕ້ອງມີ “ຄວາມອົດທົນ”.
ເມື່ອຈີນກັບມາເປີດທຳການຫຼັງຈາກພັກວັນປີໃໝ່ຈີນເປັນເວລາ 1 ອາທິດ ຕະຫຼາດກໍກຳລັງຈັບຕາຫາສັນຍານທິດທາງຄວາມຕ້ອງການຈາກປະເທດນັ້ນ. ຂະນະດຽວກັນ ຄາດວ່າວັນປະທານາທິບໍດີສະຫະລັດຈະເຮັດໃຫ້ການຊື້ຂາຍງຽບເຫງົາ.
ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!