Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

ການຫຼີກລ່ຽງຄວາມສ່ຽງຫຼຸດລົງໃນວັນອັງຄານ ເມື່ອນັກຊື້ຂາຍຊາວຕາເວັນຕົກກັບມາຈາກວັນພັກ Easter ທີ່ຍາວນານ.
ຄວາມຮູ້ສຶກໃນແງ່ບວກໄດ້ຮັບອິດທິພົນຈາກຄຳເຫັນຂອງ Fed ທີ່ຕັດຄວາມເປັນໄປໄດ້ຂອງການຂຶ້ນອັດຕາດອກເບ້ຍເກີນ 0.50% ລວມທັງຂ່າວທີ່ວ່າສະຖານະການ COVID ໃນຈີນເບິ່ງຄືວ່າດີຂຶ້ນໃນຊ່ວງມື້ຜ່ານມາ. ຜົນປະກອບການທີ່ດີກວ່າຄາດຂອງບໍລິສັດຍັກໃຫຍ່ໃນ Wall Street ແລະຂໍ້ມູນຕະຫຼາດທີ່ຢູ່ອາໄສຂອງສະຫະລັດທີ່ແຂງແຮງຂຶ້ນ ກໍໄດ້ຊ່ວຍເສີມຄວາມເຊື່ອໝັ້ນນີ້.
ໃນຂະນະດຽວກັນ ເທຣດເດີບໍ່ໄດ້ໃສ່ໃຈຕໍ່ການຄາດຄະເນການເຕີບໂຕທາງເສດຖະກິດໃນແງ່ຮ້າຍຂອງກອງທຶນການເງິນສາກົນ (IMF) ແລະຄວາມກັງວົນດ້ານພູມິລັດສາດໃນຢູເຄຣນທີ່ຮຸນແຮງຂຶ້ນ.
ບັນຍາກາດທີ່ກ້າວຮັບຄວາມສ່ຽງໄດ້ຢຸດການຂຶ້ນຂອງເງິນໂດລາສະຫະລັດໄວ້ທີ່ລະດັບສູງສຸດໃນຮອບ 25 ເດືອນ ແລະລາຄາຄຳກໍປັບຕົວລົງເຊັ່ນກັນ ເຊິ່ງຊ່ວຍໜູນ BTCUSD ແລະ ETHUSD. ແຕ່ລາຄານ້ຳມັນ Brent ຫຼຸດລົງຫຼາຍທີ່ສຸດໃນຮອບມື້ ນັບຕັ້ງແຕ່ທ້າຍເດືອນມີນາ ທ່າມກາງຄວາມກັງວົນວ່າຄວາມຕ້ອງການທົ່ວໂລກຈະຫຼຸດລົງ ຕາມການຄາດຄະເນຂອງ IMF.
ຕໍ່ຈາກນີ້ ຂໍ້ມູນ CPI ຂອງການາດາ ແລະຂໍ້ມູນຕະຫຼາດທີ່ຢູ່ອາໄສລະດັບຮອງຂອງສະຫະລັດ ຈະມາພ້ອມກັບຄຳປາໄສຈາກຜູ້ແທນ Fed ເພື່ອດຶງຄວາມສົນໃຈຂອງເທຣດເດີ ກ່ອນຄຳປາໄສຂອງຜູ້ວາງນະໂຍບາຍທະນາຄານກາງຄົນສຳຄັນທີ່ຈະເຜີຍແຜ່ໃນວັນພະຫັດ.
ລາຍການຜົນງານລ່າສຸດຂອງສິນຊັບຫຼັກມີດັ່ງນີ້:



ວັນຈັນນັກລົງທຶນຮູ້ສຶກໂລ່ງໃຈ ຫຼັງຈາກ Bostic, Evans ແລະ Kashkari ຈາກ Fed ປະຕິເສດຄວາມຄາດຫວັງວ່າຈະຂຶ້ນອັດຕາດອກເບ້ຍ 0.75%. ຕົວເລກຕະຫຼາດທີ່ຢູ່ອາໄສຂອງສະຫະລັດທີ່ສູງກວ່າຄາດ ແລະຂ່າວຄວາມຄືບໜ້າດ້ານ COVID ຈາກຈີນທີ່ຊ່ວຍໜຸນຄວາມກ້າຮັບຄວາມສ່ຽງ ພ້ອມກັບລາຍງານຜົນປະກອບການທີ່ແຂງແຮງຂຶ້ນ ໄດ້ຊ່ວຍເສີມບັນຍາກາດການລົງທຶນແບບກ້າຮັບຄວາມສ່ຽງ ແລະຊ່ວຍໃຫ້ດັດຊະນີຫຸ້ນຫຼັກທັງ 3 ຂອງ Wall Street ເພີ່ມຂຶ້ນຫຼາຍກວ່າ 1.0%.
ແນວໃດກໍຕາມ ຄຳເຫັນຈາກ Fed ໄດ້ກົດດັນຝ່າຍຊື້ເງິນໂດລາສະຫະລັດ ລວມທັງຜົນຕອບແທນພັນທະບັດ Treasury ທີ່ຢູ່ໃນລະດັບສູງສຸດໃນຮອບຫຼາຍເດືອນ. ແຕ່ USDJPY ຍັງຄົງປັບຂຶ້ນເຮັດຈຸດສູງສຸດໃໝ່ນັບຕັ້ງແຕ່ປີ 2002.
ໃນຊ່ວງການຊື້ຂາຍອາຊີ-ປາຊີຟິກ ທະນາຄານປະຊາຊົນຈີນ (PBOC) ບໍ່ໄດ້ດຳເນີນການໃດໆ ເຮັດໃຫ້ຕະຫຼາດຜິດຫວັງ, ແຕ່ຮຸ້ນນອກຈີນປັບຂຶ້ນຕາມການເພີ່ມຂຶ້ນຂອງ Wall Street. ຂະນະດຽວກັນ ຮຸ້ນເອີຣົບເຄື່ອນໄຫວປະປົນກັນໃນຊົ່ວໂມງທຳອິດ ເມື່ອຄາດການເຕີບໂຕທາງເສດຖະກິດໃນແງ່ຮ້າຍຂອງ IMF ແລະບັນຫາຢູເຄຣນ-ຣັດເຊຍ ກຳລັງທົດສອບຄວາມໝັ້ນໃຈຂອງຝ່າຍຊື້.
ອົງການທີ່ຕັ້ງຢູ່ວໍຊິງຕັນໄດ້ປັບຫຼຸດຄາດການການເຕີບໂຕເສດຖະກິດໂລກລົງອີກ ແລະຍັງກົດດັນລາຄານ້ຳມັນດິບ. ຄຳເຫັນໃນແງ່ລົບຂອງ IMF ກ່ຽວກັບສະກຸນເງິນຄຣິບໂຕກໍເປັນອີກປັດໄຈໜຶ່ງ ທີ່ກົດດັນ BTCUSD ແລະ ETHUSD ໃນຊ່ວງຫຼ້າສຸດ.
ຊື້ຢ່າງແຂງແຮງ: USDJPY
⏬ 🔴 ຂາຍແຮງ: ETH/USD, BTC/USD
⬆️ 🟢 ຊື້: ດັດຊະນີ USD, ຄຳ, ເງິນ, Nasdaq
⬇️ 🔴 ຂາຍ: DOW JONES, S&P 500, DAX, FTSE 100, ນ້ຳມັນ Brent
ຫຼັງຈາກເຫັນຜົນງານລາຍວັນໃນແງ່ບວກ ນັກຊື້ຂາຍມີແນວໂນ້ມທີ່ຈະປັບຖານຫຼັງຈາກການຂາດທຶນໃນໄລຍະຜ່ານມາ ໃນຕະຫຼາດທີ່ເປີດຊື້ຂາຍຄົບທຸກແຫ່ງໃນວັນພຸດ. ແນວໃດກໍຕາມ ບັນຍາກາດການລົງທຶນແບບກ້າຮັບຄວາມສ່ຽງຈະຕ້ອງມີປັດໄຈໜຸນທີ່ແຂງແຮງ ແລະຕ້ອງໄດ້ຍິນຄຳເຫັນຈາກ Fed ໃນແງ່ຜ່ອນຄາຍແບບວັນອັງຄານອີກ ເພື່ອໃຫ້ແນວໂນ້ມນີ້ດຳເນີນຕໍ່ໄປ.
ນອກຈາກນັ້ນ ຍອດຂາຍເຮືອນເກົ່າຂອງສະຫະລັດ ແລະດັດຊະນີລາຄາຜູ້ບໍລິໂພກ (CPI) ຂອງການາດາ ກໍຈະເປັນສ່ວນໜຶ່ງຂອງປະຕິທິນຂ່າວເສດຖະກິດໃນມື້ນີ້.
ແນວໃດກໍຕາມ ຄວນສັງເກດວ່າວັນພະຫັດຈະເປັນມື້ສຳຄັນສຳລັບຕະຫຼາດ ເນື່ອງຈາກຜູ້ວາງນະໂຍບາຍທະນາຄານກາງຫຼາຍທ່ານ ລວມທັງ Powell ປະທານ Fed ມີກຳນົດກ່າວຄຳປາໄສ ເຊິ່ງອາດກະຕຸ້ນໃຫ້ຕະຫຼາດລະມັດລະວັງກ່ອນເຫດການ. ຄວາມກັງວົນຮ້າຍແຮງກ່ຽວກັບວິກິດຣັດເຊຍ-ຢູເຄຣນ ແລະຂ່າວ COVID-19 ໃນແງ່ລົບຈາກຈີນ ກໍອາດກົດດັນຝ່າຍຊື້ໄດ້ເຊັ່ນກັນ. ນອກຈາກນີ້ ຍັງມີຄວາມກັງວົນທີ່ເພີ່ມຂຶ້ນວ່າເງິນເຟີ້ຈະສູງຂຶ້ນ ແລະເສດຖະກິດຈະເຂົ້າສູ່ພາວະຖົດຖອຍ.
ເກາະຕາມກະແສການປ່ຽນແປງຂອງຕະຫຼາດ ດ້ວຍການເຂົ້າຮ່ວມ MTrading Copy Trade ພ້ອມກັບເງື່ອນໄຂການຊື້ຂາຍຊັ້ນນຳ:
ຄັດລອກທຸລະກຳຂອງຜູ້ຊ່ຽວຊານດ້ານການຄັດລອກການຊື້ຂາຍໄດ້ອັດຕະໂນມັດແບບທັນທີດ້ວຍ spread ສູນໃນ M.Pro!
ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!